ຂົວອູ່ເມືອງວຽງຄຳ ຂາດ ມີຄົນເສຍຊີວິດ ແລະ ບາດເຈັບຈຳນວນຫຼາຍ 30/9/2016

loading...

ຫຼວງພະບາງ: ຂ່າວຈາກ ເພຈປະກາດ ແລະ ຂ່າວສານເມືອງວຽງຄຳ ໄດ້ແຈ້ງໃຫ້ຮູ້ ກ່ຽວກັບອຸບັດຕິເຫດ ໜ້າສະຫຼົດໃຈ ເມື່ອເກີດເຫດການ ຂົວອູ່ ຂ້າມນ້ຳແຊງ ຂາດ ຢູ່ເຂດບ້ານວັງໄປ, ເມືອງວຽງຄຳ, ແຂວງຫຼວງພະບາງ.

ອຸບັດຕິເຫດ ເກີດຂຶ້ນເວລາປະມານ 08:15 ວັນທີ 30 ກັນຍາ 2016 ຂະນະທີ່ ນັກຮຽນ ມັດທະຍົມ ເມືອງວຽງຄຳ ຈຳນວນຫຼາຍສິບຄົນ ກຳລັງຂ້າມຂົວໄປຮຽນ. ເຊືອກຂົວໄດ້ຂາດ ແລະ ເຮັດໃຫ້ນັກຮຽນ ຕົກຈາກຂົວລົງນ້ຳ.

ລາຍງານຫຼ້າສຸດເວລາ 12:30 ວັນທີ 30 ກັນຍາ 2016 ພົບສົບຜູ້ເສຍຊີວິດ 2 ຄົນ ເປັນ ຍິງ 1 ຄົນ ແລະ ຊາຍ 1 ຄົນ. ມີຜູ້ສູນຫາຍ 3 ຄົນ ແລະ ມີຜູ້ບາດເຈັບ 51 ຄົນ ເຊິ່ງໃນຈຳນວນນີ້ ໄດ້ສົ່ງມາປິ່ນປົວ ທີ່ໂຮງໝໍແຂວງຫຼວງພະບາງ ຈຳນວນ 19 ຄົນ.

ສາເຫດ ຂອງການເກີດເຫດສະຫຼົດໃຈຄັ້ງນີ້ ຍັງຄົງຢູ່ໃນການສືບສວນຂອງເຈົ້າໜ້າທີ່.

ກົດເບິ່ງພາບ ຈາກປະກາດ

ຂໍສະແດງ ຄວາມເສຍໃຈກັບຄອບຄົວຜູ້ເຄາະຮ້າຍໃນຄັ້ງນີ້.

ຮຽບຮຽງໂດຍ: ຮັກລາວ
 
loading...
ทีมา:http://www.tholakhong.com/2016/09/3092016.html

0 ความคิดเห็น:

แสดงความคิดเห็น

คลิก ที่ลูกสอน ดู หน้าถัดไป